ມີຜູ້ເສຍຊີວິດຫຼາຍຄົນຈາກເຫດໂຈມຕີ ໃສ່ຫ້ອງການກາແດງສາກົນປະຈຳເຂດກາຊາ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ວັນທີ 21 ມິຖຸນາ 2024 ນີ້ວ່າ, ສະພາກາແດງສາກົນ (ICRC) ໃຫ້ຮູ້ວ່າ: ຫ້ອງການຂອງ
ອົງການກາແດງສາກົນທີ່ປະຈຳຢູ່ເຂດ ກາຊາ ຖືກໂຈມຕີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງຫນ້ອຍ 22 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍສິບຄົນ.
ລາຍງານໄດ້ໃຫ້ຮູ້ວ່າ: ຕາມຕົວເລກສະຖິຕິຂອງອົງການສາທາລະນະສຸກຢູ່ເຂດ ກາຊາແລ້ວ, ມີຜູ້ເສຍຊີວິດທັງໝົດຢ່າງໜ້ອຍ 25 ຄົນ ແລະ
ໄດ້ຮັບບາດເຈັບອີກ 50 ຄົນ ຈາກເຫດການໂຈມຕີຄັ້ງນີ້.
ສະພາກາແດງສາກົນ ໃຫ້ຮູ້ວ່າ: ການໂຈມຕີດ້ວຍປືນໃຫຍ່ຂອງກອງທັບ ອິດສະຣາແອນ ແມ່ນເລັງໃສ່ສະຖານທີ່ພັກອາໄສຂອງຊາວລີ້ໄພ ຢູ່
ເຂດ ອານ-ມາວາຊີ (Al-Mawasi). ແຕ່ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ໄດ້ປະຕິເສດທຸກຄຳກ່າວຫາພ້ອມທັງໃຫ້ຮູ້ວ່າ:
ພວມພິຈາລະນາ ເລື່ອງດັ່ງກ່າວຢູ່.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/06/2024